ເຄື່ອງກອງນໍ້າ

ນໍ້າທີ່ເປັນນໍ້າກ້ອນນັ້ນ ແມ່ນເຮົາເອງຕ້ອງໄດ້ນຳໃຊ້ ການກອງນໍ້າເພື່ອ ໃຫ້ໄດ້ ນໍ້າທີ່ສະອາດ ຍ້ອນວ່າການກອງນັ້ນ ເຮົາມີກຳມະວິທີ ທີ່ພິເສດ ເພາະເຮົາຕ້ອງກຳຈັດ ເຊື້ອບັກເຕເຣຍ ແລະ ສານພິດ ທີ່ມີຂະໜາດອະນຸພາກ ອອກຈາກນໍ້າທີ່ຈະເອົາໄປເຮັດເປັນນໍ້າກ້ອນ.

ລະບົບກອງນໍ້າ

ການນໍາໃຊ້ ລະບົບກອງນໍ້າ ແບບ RO ເປັນການກອງນໍ້າທີ່ສາກົນຍອມຮັບວ່າ ສະອາດ ປອດໄພ ຕໍ່ກັບສຸຂະພາບ ຂອງຄົນ ເຊິ່ງລະບົບ RO ເປັນລະບົບ ທີ່ກຳຈັດສິ່ງປົນເປື້ອນອອກຈາກ ນໍ້າໄດ້ຫຼາຍທີ່ສຸດ.

ລະບົບໂອໂຊນ (O3)

ການນໍາໃຊ້ລະບົບ ແສງໂອໂຊນ ເປັນການຂ້າເຊື້ອໃນນ້ຳອີກປະເພດໜຶ່ງ ທີ່ນິຍົມໃຊ້ເຂົ້າໃນການຜະລິດນໍ້າດືມ ເພາະວ່າມີປະສິພາບສູງ ໃນການກຳຈັດສີ ກິ່ນ ແລະ ຄວາມຂຸ້ນ ຂອງນໍ້າໄດ້ ແລະ ສາມາດຂ້າເຊື້ອໂລກໄດ້ຫຼາຍກວ່າ ຄໍລີນເຖິງ 1 ເທົ່າ.

ແສງຢູວີ ຫຼື ແສງອຸນຕ້າໄວເລັດ

ການນຳໃຊ້ລະບົບ ແສງອຸນຕ້າໄວໂອເລັດ ທີ່ມີຄວາມເຂັ້ມສູງ ສາມາດຂ້າເຊື້ອໂລກຕ່າງໆ ໄດ້ຕາມມາດຕະຖານ ແຕ່ຍັງຄົງຮັກສາແຮ່ທາດ ທີ່ຈຳເປັນຕໍ່ກັບຮ່າງກາຍ ເຊັ່ນ ທາດການຊີອອມ ທາດຟູອໍໄຣ ແລະ ອື່ນໆ.